ລິເວີພູນກໍາລັງເລີ່ມການສົນທະນາກັບຮູໂກ ເອກິຕິເກ ແລະໄອນ໌ທຣາຄ ແຟຣ້ງຟິວ ເພື່ອຈົບຂໍ້ຕົກລົງ ແຕ່ຂໍ້ຕົກລົງນີ້ຈະເກີດຂຶ້ນກໍ່ຕໍ່ເມື່ອນິວຄາສເຊິນປິດປະຕູໃສ່ການຂາຍອີຊັກຢ່າງສົບຜົນ
ນັບແຕ່ເປີດຕະຫຼາດຊ່ວງຮ້ອນ, ລິເວີພູນໄດ້ໃຫ້ຄວາມສົນໃຈຕໍ່ ອາເລັກຊານເດີ ອີຊັກ ຢ່າງຕໍ່ເນື່ອງ, ແຕ່ເນື່ອງຈາກນິວຄາສເຊິນມີຈຸດຍືນວ່າບໍ່ຂາຍກອງໜ້າຄົນນີ້, ຈຶ່ງເຮັດໃຫ້ຫົງແດງຈໍາເປັນຕ້ອງເລືອກແຜນສຳຮອງທັນທີ. ພວກເຂົາໄດ້ເລີ່ມການສົນທະນາກັບ ຮູໂກ ເອກິຕິເກ ຂອງໄອນ໌ທຣາຄ ແຟຣ້ງຟິວ, ໂດຍມີການຫາລືຂໍ້ຕົກລົງຂັ້ນສຸດທ້າຍທັງລະຫວ່າງສອງສະໂມສອນ ແລະຕົວນັກເຕະ. ທີ່ໜ້າສົນໃຈແມ່ນນິວຄາສເຊິນເຄີຍສົ່ງຂໍ້ເສັນຢ່າງເປັນທາງການໃຫ້ໄອນ໌ທຣາຄເພື່ອຂໍຊື້ເອກິຕິເກ, ແຕ່ໂດນປະຕິເສດໃນຄ່ຳຄືນວັນຈັນທີ່ຜ່ານມາ. ການຂຶ້ນຕົ້ນໃນການຈົບດີລແມ່ນໃນມືຂອງລິເວີພູນແລ້ວ.
ຫຼັງຈາກຄວາມພະຍາຍາມໃນການຄວ້າຕົວ ອາເລັກຊານເດີ ອີຊັກ ຈາກນິວຄາສເຊິນບໍ່ປະສົບຜົນ ລິເວີພູນໄດ້ຫັນໄປຕິດຕໍ່ຫາຮູໂກ ເອກິຕິເກ ຂອງໄອນ໌ທຣາຄ ແຟຣ້ງຟິວເພື່ອໃຫ້ທັນກັບການເຕີບໂຕທີມໃນຊ່ວງຊັບເມີນີ້.
ການຈົບດີລເອກິຕິເກຈະເກີດຂຶ້ນຕໍ່ເມື່ອນິວຄາສເຊິນຢືນຢັນວ່າຈະບໍ່ຂາຍອີຊັກໃນຊ່ວງຕະຫຼາດນີ້. ປັດຈຸບັນມີການຫາລືຂໍ້ຕົກລົງຂັ້ນສຸດທ້າຍລະຫວ່າງລິເວີພູນ, ໄອນ໌ທຣາຄ ແລະຕົວນັກເຕະເອກິຕິເກ.
ຂໍ້ມູນເຜີຍວ່ານິວຄາສເຊິນເຄີຍສົ່ງຂໍ້ເສັນໃຫ້ໄອນ໌ທຣາຄ ເພື່ອຄວ້າເອກິຕິເກເຊັ່ນກັນ ແຕ່ຖືກປະຕິເສດໃນຄ່ຳວັນຈັນ. ດັ່ງນັ້ນລິເວີພູນຈຶ່ງເຂົ້າໄປແທນທີ່.
ເຮັດໃຫ້ເຫັນວ່າລິເວີພູນບໍ່ຍອມແພ້ໃນການສົ່ງເສີມແນວຮຸກ ແລະອາດໄດ້ເຫັນເອກິຕິເກໃນເສື້ອສີແດງໃນໄວໆນີ້.