ພຣີເມຍລີກ ອັງກິດ 2025/26 ທີ່ສະໜາມ ຄຣາເວນ ຄອດເທຈ ຟູແລັ່ມ ສາມາດຕີເສມ ແມນຢູ 1-1 ໄດ້ສຳເລັດ ໂດຍເກມນີ້ ທີມເຢື່ອນນຳກ່ອນຈາກໂຍໂຣ່ ແຕ່ຖືກ ສມິດ ໂຣວ໌ ຕົວສຳຮອງ ຊັດຕີເສມ ສຸດທ້າຍແບ່ງຄະແນນກັນໄປ
⚽ ນາທີ 3 : ມາເຕອຸສ ຄຸນຍ່າ ຊັດຊົງເສາ ພາດໂອກາດນຳແຕ່ເຊິ່ງເກີນ
⚽ ນາທີ 12 : ໂຈຊົວ ຄິງ ມີລຸ້ນຊັດແຕ່ຕິດຊ່ອງຂາ ອັນຕາຍ ບາຍິນດີຣ໌
⚽ ນາທີ 14 : ຄຸນຍ່າ ຊັດອີກຄັ້ງ ແຕ່ ເລໂນ່ ປັດໄວ້ສຸດຍອດ
⚽ ນາທີ 34 : VAR ຊີ້ໃຫ້ໂທດ ແຕ່ ບຣູໂນ່ ຊັດຂ້າມຄານ ພາດຫວ່າຍ
⏱️ ຈົບຄື່ງທຳອິດ: ຟູແລັ່ມ 0-0 ແມນຢູ
⚽ ນາທີ 58 : ໂຍໂຣ່ ໂຫມດແຊະມູນິຊ ຂ້າມເສົາ ນຳ 1-0 ໃຫ້ແມນຢູ
⚽ ນາທີ 72 : ສມິດ ໂຣວ໌ ຊັດຕີເສມ 1-1 ຫຼັງດາໂລດພາດການຄອນໂທຣນບານ
⏱️ ນາທີ 90 : ແມັກໄກວ໌ ໂຫມດແຕ່ເຂົ້າຂ້າງເສົາ ພາດຊັຍຊ່ວງທ້າຍ
✅ ຈົບເກມ: ຟູແລັ່ມ 1-1 ແມນຢູ ແບ່ງຄະແນນສຸດມັນ
ເກມພຣີເມຍລີກ ອັງກິດ 2025/26 ຄືນວັນອາທິດ ທີ່ສະໜາມ ຄຣາເວນ ຄອດເທຈ ຟູແລັ່ມ ຕ້ອນຮັບ ແມນເຊັດເຕີຢູໄນເຕັດ ຈົບຜົນສະເມີ 1-1 ຢ່າງສຸດມັນ. ທັງສອງຝ່າຍເປີດເກມຮຸກແລກກັນໂດຍບໍ່ມີໃຜຍອມຖອຍ. ຜົນສະເມີນີ້ເຮັດໃຫ້ທັງສອງທີມໄດ້ຄະແນນຄົນລະ 1 ຄະແນນ ຢ່າງນ້ອຍເຮັດໃຫ້ແຟນບອນຮູ້ສຶກວ່າບໍ່ຜິດຫວັງກັບຄວາມມັນຂອງເກມນີ້.
ຕັ້ງແຕ່ນາທີທີ 3 ມາເຕອຸສ ຄຸນຍ່າ ຂອງແມນຢູ ໄດ້ຊັດບານຊົງເສາ ພາດປະຕູນຳໄປຢ່າງນ່າເສຍດາຍ. ຟູແລັ່ມສູ້ກັບໂດຍ ໂຈຊົວ ຄິງ ທີ່ໄດ້ຊັດແຮງໆ ແຕ່ ບາຍິນດີຣ໌ ປ້ອງກັນໄດ້ຢ່າງຍອດເຢັ້ຍ. ຕໍ່ມາ ບຣູໂນ່ ໄດ້ໂອກາດຈາກຈຸດໂທດ ແຕ່ຊັດບໍ່ເຂົ້າ ເຮັດໃຫ້ຄື່ງທຳອິດຈົບດ້ວຍສະເມີ 0-0.
ເຂົ້າຄື່ງຫຼັງ ນາທີ 58 ແມນຢູ ນຳກ່ອນຈາກການໂຫມດຂອງ ໂຍໂຣ່ ທີ່ແຊະຫຼັງ ມູນິຊ ເຂົ້າປະຕູ. ຢ່າງໃດກໍຕາມ ຟູແລັ່ມບໍ່ຍອມ ແລະນາທີ 72 ສມິດ ໂຣວ໌ ຕົວສຳຮອງທີ່ພຶ່ງລົງມາ ໄດ້ຊັດຕີເສມ 1-1 ຫຼັງຈາກການຈ່າຍບານຂອງ ອິໂວບີ. ເຮັດໃຫ້ເກມກັບມາຕື່ນເຕັ້ນອີກຄັ້ງ.
ຊ່ວງທ້າຍເກມ ຟູແລັ່ມບີບຈາກມຸມເຕະຫຼາຍຄັ້ງ ແຕ່ບໍ່ສາມາດຈົບສະກອຣໄດ້ ຂະນະທີ່ ແມັກໄກວ໌ ມີຫວ່າງໂຫມດຊ່ວງນາທີສຸດທ້າຍແຕ່ບານຫຼຸດເສົາ ສຸດທ້າຍເກມຈົບດ້ວຍສະເມີ 1-1 ແບ່ງຄະແນນຄົນລະ 1 ຄະແນນ ແຟນຜີແດງຮູ້ສຶກເສຍດາຍທີ່ບໍ່ໄດ້ຊະນະນັດນີ້.