ภาษาไทย ภาษาลาว ภาษาอังกฤษ

ນ໋ອດຕິ້ງແຮມ ຟໍເຣັດ ພົບ ແມນເຊັດເຕີ ຢູໄນເຕັດ ພຣີວິວບານພຣີເມຍລີກ

🗂 หมวด: ຂ່າວບານເຕະ | 📅 31/10/2025

ສຶກພຣີເມຍລີກຄືນວັນເສົາ ແມນຢູຕ້ອງບຸກເກັບສາມແຕ້ມເພື່ອຂື້ນທ໊ອບ 4 ຂະນະທີ່ ຟໍເຣັດຫາວິທີປົດລັອກປະຕູອີກຄັ້ງ

🔗 ແບ່ງປັນ: Facebook Line Twitter (X) WhatsApp
ນ໋ອດຕິ້ງແຮມ ຟໍເຣັດ ພົບ ແມນເຊັດເຕີ ຢູໄນເຕັດ ພຣີວິວບານພຣີເມຍລີກ

ຂໍ້ມູນການແຂ່ງຂັນ ແລະ ວິເຄາະກ່ອນເກມ ພຣີເມຍລີກ

ວັນທີແຂ່ງຂັນ: ວັນເສົາ 1 ພະຈິກ 2025 ເວລາ 22:00 ນ. (ເວລາລາວ)
ສະໜາມ: ຊິຕີ ກຣາວນດ໌
ລາຄາເປີດ: ແມນເຊັດເຕີ ຢູໄນເຕັດ ຕໍ່ 0.5

ເຈົ້າບ້ານນ໋ອດຕິ້ງແຮມ ຟໍເຣັດ ຢູ່ໃນຊ່ວງປັບປຸງທີມໃໝ່ ຟອມຍັງບໍ່ສະເຫຼີມສົມ ແຕ່ການໄດ້ຫຼິ້ນໃນບ້ານອາດສ້າງຄວາມກົດດັນໃຫ້ທີມເຢື່ອນໄດ້ ຂະນະທີ່ແມນຢູຂອງຮູເບນ ອາໂມຣິມ ກຳລັງຄືນຟອມດີ ຊະນະຕິດກັນ 3 ນັດ ແລະເກມນີ້ມີແນວໂນ້ມຈະບຸກສູ້ກັນໃຫ້ມັນສະໃຈ

ທັນສະໄໝ ທີ່ເດັດເຈັດເອັມລາວ

ນ໋ອດຕິ້ງແຮມ ຟໍເຣັດ ຂອງ ຊອນ ໄດຊ໌ ກຳລັງພະຍາຍາມປັບຟອມທີມຫຼັງຈາກແພ້ຕິດກັນຫຼາຍນັດ ເຖິງແມ່ນວ່າໄດ້ຊະນະປໍໂຕໃນຖ້ວຍຢູໂຣປາ ແຕ່ໃນລີກຍັງຕ້ອງການຄວາມໝັ້ນໃຈ ເພາະຍິງບໍ່ໄດ້ເລີຍ 4 ນັດຕິດຕໍ່. ການຈົບສະກໍາທີ່ຂາດຄວາມແນ່ນອນ ແລະ ການຈັດຮູບແບບເກມທີ່ຍັງບໍ່ເຂົ້າລົງຕົວ ເຮັດໃຫ້ພວກເຂົາກົດດັນພອດສົມຄວນ.

ດ້ານ ແມນເຊັດເຕີ ຢູໄນເຕັດ ຂອງ ຮູເບນ ອາໂມຣິມ ກຳລັງຢູ່ໃນຊ່ວງຄືນຟອມຮ້ອນສຸດໆ ຊະນະຕິດກັນ 3 ເກມ ຍິງໄດ້ຫຼາຍປະຕູ ນຳໂດຍ ຄູນຍາ – ເອັມເບວໂມ – ເຊັດໂກ້ ທີ່ກຳລັງເຂົ້າຈັງຫວະດີ. ຖ້າເກັບສາມແຕ້ມໄດ້ອີກ ອາດຂຶ້ນອັນດັບສອງໃນຕາຕະລາງ.

ສະຖິຕິເຈີກັນ 5 ຄັ້ງຫຼ້າສຸດ ແມນຢູຊະນະ 3 ຄັ້ງ ຟໍເຣັດຊະນະ 2 ຄັ້ງ ແຕ່ສອງນັດຫຼ້າສຸດໃນບ້ານ ຟໍເຣັດ ກັບເປັນຝ່າຍຊະນະ. ທັງນີ້ສະຖານະຕອນນີ້ແຕກຕ່າງຈາກເກົ່າ ເພາະທີມເຢື່ອນກຳລັງມີຄວາມມັ້ນໃຈ ແລະ ແນວຮັບເຈົ້າບ້ານຍັງມີຮູຮ່ອງໃຫ້ເຫັນຊັດ.

ລາຄາຕໍ່ 0.5 ບໍ່ໜັກ ທີ່ເດັດເຈັດເອັມລາວ ຟັນທົງ! “ແມນຢູ ບຸກເອົາຊະນະ” ດ້ວຍແນວຮຸກທີ່ມີປະສິດທິຜົນ ແລະ ຄວາມມັ້ນໃຈທີ່ກັບມາແບບເຕັມຮ້ອຍ.

🔥 ສະຖິຕິພົບກັນ 5 ຄັ້ງຫຼ້າສຸດ (Head to Head)

ວັນທີລາຍການຜົນການແຂ່ງຂັນ
01/04/25ພຣີເມຍລີກຟໍເຣັດ 1-0 ແມນຢູ
07/12/24ພຣີເມຍລີກແມນຢູ 2-3 ຟໍເຣັດ
28/02/24ເອັບເອຄັບຟໍເຣັດ 0-1 ແມນຢູ
30/12/23ພຣີເມຍລີກແມນຢູ 2-1 ຟໍເຣັດ
26/08/23ພຣີເມຍລີກແມນຢູ 3-2 ຟໍເຣັດ

⚽ ສະຖິຕິການເຮັດປະຕູ (Goal Stats)

ທີມຍິງເຉລ່ຍເສຍເຉລ່ຍOver 2.5
ນ໋ອດຕິ້ງແຮມ ຟໍເຣັດ0.882.2563%
ແມນເຊັດເຕີ ຢູໄນເຕັດ2.001.8888%

📊 ຜົນງານ 5 ນັດຫຼ້າສຸດ (Latest Results)

ທີມຜົນງານ
ຟໍເຣັດຊະນະ 1 ແພ້ 4 (ຍິງ 2 ເສຍ 10)
ແມນຢູຊະນະ 4 ແພ້ 1 (ຍິງ 11 ເສຍ 7)

🔰 ລາຍຊື່ຜູ້ຫຼິ້ນທີ່ຄາດວ່າຈະລົງສະໜາມ

ນ໋ອດຕິ້ງແຮມ ຟໍເຣັດແມນເຊັດເຕີ ຢູໄນເຕັດ
Sels; Savona, Murillo, Milenkovic, Williams; Anderson, Luiz; Ndoye, Gibbs-White, Hudson-Odoi; Jesus Lammens; De Ligt, Maguire, Shaw; Amad, Casemiro, Fernandes, Dalot; Mbeumo, Cunha; Sesko

ຟັນທົງ: ແມນເຊັດເຕີ ຢູໄນເຕັດ ຊະນະ 2-1
ຄວາມມັ້ນໃຈ: 🌟🌟🌟🌟

ພຣີວິວຟຸດບອນ

ວິເຄາະກ່ອນເກມພຣີເມຍລີກ ອັງກິດ

ແມນເຊັດເຕີ ຢູໄນເຕັດ ກຳລັງກັບມາໃນຟອມທີ່ແຂງແກ່ງ ຫຼັງຊະນະຕິດກັນ 3 ເກມ ຍິງໄດ້ຫຼາຍປະຕູຕໍ່ເນື່ອງ “ຄູນຍາ” ແລະ “ເອັມເບວໂມ” ຢູ່ໃນຟອມຮ້ອນ ຂະນະທີ່ ຟໍເຣັດ ເຖິງຈະເຮັດໄດ້ດີໃນຖ້ວຍຢູໂຣປາແຕ່ໃນລີກຍັງຍິງບໍ່ໄດ້ມາ 4 ນັດຕິດຕໍ່ ຖ້າແນວຮັບຍັງມີຊ່ອງໂຫວ່ ເຊື່ອວ່າແນວຮຸກແມນຢູຈະສາມາດສົ່ງຜົນໄດ້ອີກຄັ້ງ.

ຕົວຜູ້ຫຼິ້ນທີ່ນ່າຈັບຕາມອງ

ປັດໃຈສຳຄັນໃນເກມນີ້
ເກມນີ້ຈະຕັດສິນດ້ວຍຈັງຫວະບີບກົດແລະການຈົບສະກໍາຂອງແຕ່ລະທີມ ຟໍເຣັດຈຳເປັນຕ້ອງກູ້ຟອມການຍິງປະຕູໃຫ້ກັບຄືນ ໃນຂະນະທີ່ແມນຢູເລີ່ມເຮັດໄດ້ດີໃນແນວຮຸກ ຖ້າແນວຮັບເຈົ້າບ້ານເປີດຊ່ອງໃຫ້ຫຼາຍ ແນວຮຸກແມນຢູອາດຈະລົງໂທດໄດ້ທັນທີ.
ຜົນການແຂ່ງຂັນທີ່ຄາດການ
ແມນຢູເຫນືອກວ່າທັງດ້ານຟອມແລະຄຸນນະພາບທີມ ຟັນທົງ! ທີມເຢື່ອນບຸກຊະນະໄດ້ແບບຫືດໆ ຄາດການສົກໍາ: ຟໍເຣັດ 1-2 ແມນຢູ ຄວາມມັ້ນໃຈ: 🌟🌟🌟🌟
🙏 📝 เครดิต: ทีเด็ด​บอล​ By​ 7mLaos
TAG : #ພຣີເມຍລີກ #ນ໋ອດຕິ້ງແຮມ #ແມນເຊັດເຕີຢູໄນເຕັດ #ທີ່ເດັດບານ #ວິເຄາະບານ #ທີ່ເດັດເຈັດເອັມລາວ #ພຣີວິວບານ #ທາງບານວັນນີ້ #ຟໍເຣັດພົບແມນຢູ #ຂ່າວບານອັງກິດ