ແມນເຊສເຕີຢູໄນເຕັດຖອນຕົວຈາກການເຈລະຈາໃນການຊື້ນິໂກ້ ແຈັກສັນ ຈາກເຊວຊີ ເນື່ອງຈາກມອງວ່າລາຄາສູງເກີນງົບປະມານ
ແມນເຊສເຕີຢູໄນເຕັດກໍາລັງມອງຫາກອງໜ້າໃໝ່ເຂົ້າສູ່ທີມໃນຕະຫຼາດຊ່ວງນີ້ ແຕ່ຕາມລາຍງານຈາກ BBC ລ່າສຸດ ພວກເຂົາໄດ້ຕັດສິນໃຈຖອນຕົວຈາກການເຈລະຈາກັບເຊວຊີ ໃນດີວຂອງ “ນິໂກ້ ແຈັກສັນ” ຢ່າງເປັນທາງການ ເນື່ອງຈາກມອງວ່າລາຄາທີ່ເຊວຊີຂໍນັ້ນສູງເກີນງົບທີ່ກຳນົດໄວ້ ເຖິງແມ່ນຈະເຄີຍມີຊື່ຂອງເຂົາໃນລາຍຊື່ຜູ້ເປັນເປົ້າໝາຍ ແຕ່ດ້ວຍລາຄາທີ່ເຊວຊີຂໍ ແມນຢູຈຶ່ງເລືອກທີ່ຈະຫັນໄປຫາທາງເລືອກອື່ນໃນຕະຫຼາດຄັ້ງນີ້ແທນ
ແມນເຊສເຕີຢູໄນເຕັດ ໄດ້ຕັດສິນໃຈຖອນຕົວອອກຈາກການເຈລະຈາກັບເຊວຊີໃນດີວທີ່ຈະຊື້ຕົວ “ນິໂກ້ ແຈັກສັນ” ຢ່າງເປັນທາງການ ຕາມທີ່ BBC ລາຍງານ ໂດຍເຫັນວ່າລາຄາຂອງນັກເຕະລາຍນີ້ສູງເກີນໄປ ແລະບໍ່ສອດຄ່ອງກັບງົບທີ່ສະໂມສອນກໍານົດໄວ້
ເຊວຊີມີທ່າທີ່ຊັດເຈນວ່າບໍ່ຈະຫຼຸດລາຄາຂອງນິໂກ້ ແຈັກສັນ ທັ້ງໆທີ່ແມ່ນພວກເຂົາພຽງເພິ່ງຊື້ເຂົາເຂົ້າມາ ແລະມີສັນຍາລະຍະຍາວ ດັ່ງນັ້ນຈຶ່ງບໍ່ໄດ້ມີແຜນທີ່ຈະຂາຍໃນລາຄາທີ່ຕ່ໍາ
ດ້ານແມນຢູ ກໍ່ເລືອກທີ່ຈະຖອນຕົວແບບບໍ່ລັງເລ ແລະຫັນໄປຫາທາງເລືອກອື່ນໃນຕະຫຼາດການຊື້ຂາຍນັກເຕະ ທີ່ມີລາຄາທີ່ເໝາະສົມ ຫຼືນັກເຕະດາວລຸ່ງທີ່ມີແນວໂນ້ມຂຶ້ນໄດ້ໃນອະນາຄົດ
ສໍາລັບແຟນບອນຂອງແມນຢູ ອາດຈະຮູ້ສຶກເສຍໃຈນິດໜຶ່ງທີ່ພາດນັກເຕະທີ່ເຄີຍເປັນເປົ້າໝາຍ ແຕ່ກໍ່ເຫັນໄດ້ຊັດວ່າ ສະໂມສອນມີຄວາມລະມັດລະວັງໃນການໃຊ້ງົບ ໃນຍຸກໃໝ່ ທີ່ຈະບໍ່ຈ່າຍເງິນໂລດແບບສຸ່ມສີ່
ແມ່ນຢູຍັງມີແຜນທີ່ຈະເຄື່ອນໄຫວໃນຕະຫຼາດອີກ ກ່ອນທີ່ຈະປິດຕະຫຼາດນັກເຕະຊ່ວງຮ້ອນນີ້