ອັລຮິລາວຈາກຊາອຸເບຍກຳລັງປິດດີລຄວ້າຕົວດາຣ໌ວິນ ນູເນຍຊ໌ ຈາກລິເວີພູນ ເຫຼືອພຽງການຕັດສິນໃຈສ່ວນຕົວຂອງນັກເຕະເທົ່ານັ້ນ
ອັລຮິລາວແລະລິເວີພູນໄດ້ຕົກລົງເງື່ອນໄຂດີລກັນແລ້ວ ໃນການຍ້າຍຕົວຂອງດາຣ໌ວິນນູເນຍຊ໌ ເຫຼືອພຽງແຕ່ການຕັດສິນໃຈຂອງນັກເຕະທີ່ຈະຕອບຮັບສັນຍາສ່ວນຕົວ ທີ່ທາງອັບຮິລາວສົ່ງໄປໃຫ້ແລ້ວຕັ້ງແຕ່ວັນສຸກທີ່ຜ່ານມາ ການຍ້າຍທີມນີ້ແມ່ນຈະເຮັດໃຫ້ອັບຮິລາວໄດ້ເສີມແຂງໃນແນວຫນ້າ ເຊິ່ງການໄດ້ຕົວນູເນຍຊ໌ແມ່ນເປົ້າໝາຍຫຼັກຂອງກຸນຊືຄົນໃໝ່ ຊີໂມເນ່ ອິນຊາກີ້ ຄົນນີ້
ສະໂມສອນອັບຮິລາວ ຈາກຊາອຸດິອາລະເບຍ ໃກ້ຈະສົນທິສັນຍາຄວ້າຕົວດາຣ໌ວິນນູເນຍຊ໌ ຫົວໜ້າຫອງຂອງທີມຊາດອຸຣຸກວຍ ຈາກລິເວີພູນແລ້ວ ຢູ່ໃນຂະບວນການສຸດທ້າຍໃນການປິດດີວ.
ການຕົກລົງຂອງສອງສະໂມສອນແມ່ນເຮັດໄດ້ແລ້ວໃນຮູບແບບຄຳປາກ ແລະສົນທິສັນຍາສ່ວນຕົວໄດ້ຖືກສົ່ງໃຫ້ນູເນຍຊ໌ພິຈາລະນາແລ້ວເມື່ອສຸດສັບດາທີ່ຜ່ານມາ.
ອີກທັງກຸນຊືຊີໂມເນ່ ອິນຊາກີ້ ທີ່ພຶ່ງມາຄຸ້ມທີມ ໄດ້ລະບຸວ່ານູເນຍຊ໌ແມ່ນເປົ້າໝາຍສູງສຸດຂອງເຂົາ ໃນການເສີມທີມແບບທັນທີ
ດາຣ໌ວິນນູເນຍຊ໌ໄດ້ຍ້າຍຈາກເບນຟິກ້າມາລິເວີພູນໃນປີ 2022 ດ້ວຍຄ່າຕົວສູງ ແລະຢູ່ຮ່ວມທີມໄດ້ຫຼາຍກວ່າ 80 ແມັດ ທຳປະຕູໄດ້ເກີນ 30 ລູກ
ດີວນີ້ຖ້າເກີດຂຶ້ນຈິງ ຈະເຮັດໃຫ້ອັບຮິລາວມີກອງໜ້າແຂງຂຶ້ນກວ່າເກົ່າ ແລະໄປໃສ່ເປົ້າໝາຍຄວ້າແຊ້ມໃນລະດັບທະວີບອີກຄັ້ງ