ການຈັດອັນດັບສາມປະສານແນວຮຸກຂອງສໂມສອນພຣີເມຍລີກໃນລະດູການນີ້ ກາຍເປັນຫົວຂໍ້ຮ້ອນແຮງເມື່ອແຟນບອນຖົກຖຽງກັນວ່າ ລິເວີພູນ, ແມນຊິຕີ, ອາເຊນອນ, ແມນຢູ ຫຼື ເຊວຊີ ໃຜຈະຄອງຕໍາແໜ່ງໂຫດທີ່ສຸດ
ໃນລະດູການນີ້ ລິເວີພູນ ນໍາໂດຍ ໂມຊາລາະ, ຮູໂກ ເອກິຕິເກ້ ແລະ ໂຄດີ ກັກໂປ ທີ່ມີຄວາມຄົບເຄື່ອງທັງຄວາມໄວ ແລະ ການຈົບສະກໍຣ໌ ດ້ານແມນຊິຕີ ໃຊ້ ເອີຣິງ ຮາລັນ, ໂອມາ ມາມູຊ ແລະ ຣາຢັນ ເຊີກີ ທີ່ມີພະລັງໂຈມຕີສູງ ສ່ວນອາເຊນອນ ມີ ກາເບຣຍວ ມາຕິເນລີ, ວິກໂຕ ໂຢເຄເຣດ ແລະ ບູກາໂຢ ຊາກາ ທີ່ເຂົ້າຂາກັນດີ ຂະນະທີ່ແມນຢູ ຝາກຄວາມຫວັງໄວ້ທີ່ ມາເທອຸສ ຄຸນຍາ, ເບນຈາມິນ ເຊສໂກ ແລະ ໄບຣັນ ເມບູໂມ ປິດທ້າຍດ້ວຍເຊວຊີ ທີ່ສົ່ງ ໂຄວ ປາມເມີ, ເຊົາ ເປໂດຣ ແລະ ເປໂດຣ ເນໂຕ ລົງສະໜາມ
ລະດູການນີ້ພຣີເມຍລີກບໍ່ໄດ້ມີແຕ່ການແຂ່ງຂັນໃນຕາຕະລາງຄະແນນເທົ່ານັ້ນ ແຕ່ຍັງມີສຶກນອກສະໜາມທີ່ແຟນບອນກໍາລັງຈັບຕາມອຍ່າງ "ສາມປະສານແນວຮຸກ" ຂອງແຕ່ລະທີມຍັກໃຫຍ່ ທີ່ຕ່າງຂົນດາວດັງມາປະຈໍາການເພື່ອລ່າປະຕູ ແລະ ສ້າງຄວາມຫວາດຫວັ່ນໃຫ້ກັບຄູ່ແຂ່ງ
ລິເວີພູນຈັດທັບດ້ວຍ ໂມຊາລາະ, ຮູໂກ ເອກິຕິເກ້ ແລະ ໂຄດີ ກັກໂປ ສາມແນວຮຸກທີ່ມີທັງຄວາມໄວ, ການລາກເລື້ອຍ ແລະ ການຈົບສະກໍຣ໌ທີ່ແມ່ນຢ່າງມີປະສິດທິພາບ ຈຸດແຂງຂອງຊຸດນີ້ແມ່ນການເຂົ້າທໍາຢ່າງຫຼາກຫຼາຍ ແລະ ປັບຕໍ່ຕໍາແໜ່ງໄດ້ຕາມສະຖານະການ
ແມນເຊສເຕີ ຊິຕີ ສົ່ງ ເອີຣິງ ຮາລັນ ດາວຍິງທີ່ມີສະຖິຕິການຍິງປະຕູຖະລົ່ມຖະລາຍ ຮ່ວມກັບ ໂອມາ ມາມູຊ ແລະ ຣາຢັນ ເຊີກີ ທີ່ເພີ່ມມິຕິການເລີ່ມເກມ ແລະ ຄວາມສ້າງສັນໃນແດນຫນ້າ ເຮັດໃຫ້ຄູ່ແຂ່ງຕ້ອງຮັບມືກັບການບຸກທີ່ບໍ່ຢຸດພັກ
ກາເບຣຍວ ມາຕິເນລີ, ວິກໂຕ ໂຢເຄເຣດ ແລະ ບູກາໂຢ ຊາກາ ຂອງອາເຊນອນ ຂື້ນຊື່ເລື່ອງຄວາມເຂົ້າໃຈເກມ ແລະ ການປະສານກັນຢ່າງລົງຕົວ ຈຸດເດັ່ນແມ່ນການເຄື່ອນທີ່ທີ່ແມ່ນຢ່າງ ແລະ ການເຈາະແນວຮັບຄູ່ແຂ່ງດ້ວຍຄວາມໄວ
ມາເທອຸສ ຄຸນຍາ, ເບນຈາມິນ ເຊສໂກ ແລະ ໄບຣັນ ເມບູໂມ ກາຍເປັນຄວາມຫວັງໃໝ່ຂອງແຟນປີສາດແດງ ທີ່ລໍຖ້າເຫັນການເຊື່ອມເກມ ແລະ ການສ້າງໂອກາດຍິງທີ່ມີປະສິດທິພາບຫຼາຍຂ