ລີດສ໌ vs ແມນຢູ, ຟູແລ່ມ vs ລິເວີພູນ, ແມນຊິຕີ vs ເຊວຊີ ເກມເດືອດທົດເວລາ ແຟນບອນຫ້າມພາດ!
ແຂ່ງຂັນວັນອາທິດທີ 4 ມັງກອນ 2569 ຄົບ 6 ຄູ່ ໃນລາຍການພຣີເມຍລີກອັງກິດ
ຄ່ຳຄືນພຣີເມຍລີກທີ່ເດືອດຈົນແຟນບອນແທບບໍ່ກ້າກະພິບຕາ! ລີດສ໌ ຢູໄນເຕັດ ເປີດບ້ານສະເໝີ ແມນເຊັດເຕີ ຢູໄນເຕັດ 1-1 ແບ່ງແຕ້ມກັນໄປ ສ່ວນ ສະເປີສ ເຈີງານຫນັກ ໂດນ ຊັນເດີແລນ ບຸກຕີສະເໝີ 1-1 ນິວຄາສເຊິນ ສະແດງຄວາມແຂງແກ່ງ ເປີດບ້ານຊະນະ ຄຣິສຕັນ ພາເລດ 2-0 ເອຟເວີຕັນ ມີປັນຫາເກມຮັບ ໂດນ ເບຣນຟອດ ບຸກຍິງ 4 ປະຕູ ຄູ່ເດືອດປະຈຳຄ່ຳຄືນ ຟູແລ່ມ ບໍ່ຍອມແພ້ ຕີສະເໝີ ລິເວີພູນ 2-2 ໃນນາທີ 90+7 ປິດທ້າຍ ແມນເຊັດເຕີ ຊິຕີ ຊວດຊະນະ ໂດນ ເຊວຊີ ຕີສະເໝີ 90+4
ລີດສ໌ 1-1 ແມນຢູ
ລີດສ໌: ເບຣນເດນ ແອຣອນສັນ
ແມນຢູ: ມາເທອຸສ ຄຸນຍາ
ສະເປີສ 1-1 ຊັນເດີແລນ
ສະເປີສ: ເບນ ເດວິສ
ຊັນເດີແລນ: ໄບຣອັນ ບຣອບບີ
ນິວຄາສເຊິນ 2-0 ພາເລດ
ນິວຄາສເຊິນ: ບຣູໂນ ກິມາໄຣສ, ມາລິກ ເທຍ
ເອຟເວີຕັນ 2-4 ເບຣນຟອດ
ເອຟເວີຕັນ: ເບໂຕ, ເຕຍໂນ ແບຣຣີ
ເບຣນຟອດ: ອິກໂກ ຕິອາໂກ (ແຮັດທຣິກ), ເນທານ ຄອລລິນສ໌
ຟູແລ່ມ 2-2 ລິເວີພູນ
ຟູແລ່ມ: ແຮຣຣີ ວິນສັນ, ແຮຣຣິສັນ ຣີດ
ລິເວີພູນ: ໂຟລຣຽນ ເວຍດສ໌, ໂຄດີ ກັກໂປ
ແມນຊິຕີ 1-1 ເຊວຊີ
ແມນຊິຕີ: ຕິຈານີ ເຣນເດີສ໌
ເຊວຊີ: ເອນໂຊ ເຟີນານເດສ