ຄີລິຢານ ເອັມບັປເປ້ ກົດສອງປະຕູສຸດສວຍ ພາ ເຣອັວມາດຣິດ ບຸກຖົມ ໂອເບຍໂດ 3-0 ໃນສຶກ ລາລີກາ ນັດທີສອງ ກວາດຊັຍຮວດ ມີ 6 ຄະແນນເຕັມ ເປັນການເລີ່ມຕົ້ນທີ່ດຸດັນ ພາຍໃຕ້ການນຳຂອງ ຊາບີ ອາໂລນໂຊ ກຸນຊື່ໃໝ່
⚽ ນາທີ 37 : ອາຣດາ ກືເລີ ຈ່າຍທະລຸຊ່ອງໃຫ້ ຄີລິຢານ ເອັມບັປເປ້ ພລິກຍິງເຂົ້າໄປໃຫ້ ເຣອັວ ມາດຣິດ ນຳ 1-0 ⚽ ນາທີ 70 : ມາດຣິດ ຍັງບຸກກົດດັນແຕ່ຍັງບໍ່ບວກສະກໍຣເພີ່ມ ⚽ ນາທີ 83 : ວິນິຊິອຸສ ຈູເນຍີ້ ຈ່າຍໃຫ້ ເອັມບັປເປ້ ຊັດເຂົ້າໄປເປັນ 2-0 ແລະເປັນປະຕູທີສອງຂອງເຂົາ ⚽ ນາທີ 90+3 : ບຣາຮິມ ດິອາຊ ຈ່າຍໃຫ້ ວິນິຊິອຸສ ຊັດປິດກອງເປັນ 3-0
ເຣອັວ ມາດຣິດ ສະແດງຟອມດຸດັນຕໍ່ເນື່ອງໃນສຶກ ລາລີກາ ສະເປນ ນັດທີສອງ ຂອງລະດູການ ຫຼັງຈາກບຸກໄປຖົມ ໂອເບຍໂດ 3-0 ໂດຍ ຄີລິຢານ ເອັມບັປເປ້ ເປັນຮີໂຣ່ຂອງເກມ ກົດສອງປະຕູ ແລະ ວິນິຊິອຸສ ຈູເນຍີ້ ຊັດອີກ 1 ປະຕູ ເຮັດໃຫ້ທີມເກັບຊັຍຮວດສອງນັດຕິດ ມີ 6 ຄະແນນເຕັມ ຕາມບາເຊໂລນ່າ ແລະ ບີຍາຣ໌ເຣອັວ ຢ່າງສະໝັກໃກ້
ເກມນີ້ ຊາບີ ອາໂລນໂຊ ກຸນຊື່ໃໝ່ ໃຊ້ການໂຣເຕຊັນ ພັກ ວິນິຊິອຸສ ຈູເນຍີ້ ແລະ ເທຣນ ອາເລັກຊານເດີ-ອາໂນນ ເປັນສຳຮອງ ແຕ່ທີມຍັງຄອງເກມບຸກໃສ່ເຈົ້າບ້ານຕັ້ງແຕ່ເລີ່ມ ໂດຍເອັມບັປເປ້ໃຊ້ຄວາມໄວ ແລະ ຄວາມແຫຼມຄົມ ສ້າງຄວາມຫວັ່ນໃຫ້ກອງຫຼັງຄູ່ແຂ່ງຕະຫຼອດ ນາທີ 37 ເຂົາພັງປະຕູແຮກ ກ່ອນມາຊັດປະຕູທີສອງ ໃນນາທີ 83 ຈາກການຈ່າຍຂອງ ວິນິຊິອຸສ
ເຖິງແມ່ນເຈົ້າຖິ່ນ ໂອເບຍໂດ ຈະພະຍາຍາມຮັບແນ່ນ ແລະ ອາໄສຈັງຫວະສວນກັບ ແຕ່ຄຸນນະພາບຂອງນັກເຕະ ມາດຣິດ ທີ່ເຫນືອກວ່າທຸກມິຕິ ທຳໃຫ້ເກມໄຫຼ່ໄປທາງດຽວ ໃນຊ່ວງທົດເວລາ ບຣາຮິມ ດິອາຊ ຈ່າຍໃຫ້ ວິນິຊິອຸສ ຊັດປິດກອງເປັນ 3-0 ສົ່ງຜົນໃຫ້ໂອເບຍໂດ ແພ້ສອງນັດຮວດ ຈົມທ້າຍຕາຕະລາງ ຂະນະທີ່ແຟນບອນ ມາດຣິດ ມີແຕ່ສຽງຮ້ອງດ້ວຍຄວາມສຸກຈາກຜົນງານທີມທີ່ນ່າກົວຕັ້ງແຕ່ຕົ້ນລະດູ
ຊັຍຊະນະໃນເກມນີ້ສະແດງໃຫ້ເຫັນວ່າ ເຣອັວມາດຣິດ ພາຍໃຕ້ການນຳຂອງ ຊາບີ ອາໂລນໂຊ ມີຄວາມດຸດັນ ແລະ ສົມດຸນທັງຮັບກັບຮຸກ ເອັມບັປເປ້ ພິສູດໃຫ້ເຫັນວ່າເປັນການເສີມທີ່ຄຸ້ມຄ່າ ສ່ວນ ວິນິຊິອຸສ ແລະ ດິອາຊ ຊ່ວຍເພີ່ມມິຕິເກມຮຸກໄດ້ດີ ຖ້າທີມຍັງຮັກສາຟອມໄວ້ໄດ້ ການລຸ້ນແຊ້ມລາລີກາ ປີນີ້ຈະເດືອດດານ ແລະ ນ່າຕິດຕາມຫຼາຍຍິ່ງ ສຳລັບແຟນ ມາດຣິດ ນີ້ແມ່ນການເລີ່ມຕົ້ນທີ່ສົມບູນ ແລະ ສົ່ງສັນຍານເຕືອນໄປຫາຄູ່ແຂ່ງໂດຍກົງວ່າ “ຮາຊັນກັບມາແລ້ວ”